ຄໍາແນະນໍາ ສໍາລັບຜູ້ປະກອບການໂຮງແຮມ, ຣີສອດ, ເຮືອນພັກ, ຮ້ານອາຫານ, ຮ້ານກາເຟ, ຮ້ານຕັດຜົມ, ຮ້ານເສີມສວຍ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19
ເພື່ອປະຕິບັດ ຄໍາແນະນໍາ ກ່ຽວກັບເງື່ອນໄຂ ແລະ ມາດຕະການ ສໍາລັບພາກທຸລະກິດ ທີ່ສາມາດດໍາເນີນ ກິດຈະການ ໃນໄລຍະທີ່ມີການລະບາດຂອງພະຍາດ COVID-19 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ພ້ອມທັງ ສອດຄ່ອງກັບສະພາວະຄວາມເປັນຈິງ.
ດັ່ງນັ້ນ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກະຊວງແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ຈຶ່ງໄດ້ຄຳຄໍາແນະນໍາ ສໍາລັບຜູ້ປະກອບການໂຮງແຮມ, ຣີສອດ, ເຮືອນພັກ, ຮ້ານອາຫານ, ຮ້ານກາເຟ, ຮ້ານຕັດຜົມ, ຮ້ານເສີມສວຍ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19.