by Peaung Thanonkeo
ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດປະຈຳ 06 ເດືອນຕົ້ນ ປີ 2022 ແລະທິດທາງແຜນການ 06 ເດືອນທ້າຍ ປີ ຂອງກອງບັນຊາການ ປກສ ເມືອງຈຳພອນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2022 ນີ້, ໂດຍເປັນປະທານຂອງທ່ານ ສີສຸວັນ ສຸວັນນະສານ ຮອງເຈົ້າເມືອງ ຈຳພອນ, ມີທ່ານ ພັອ ບຸນເລີດ ຄະທຸມພົມ ຮອງຫົວໜ້າກອງບັນຊາການ ປກສ ແຂວງ,ມີຄະນະກອງບັນຊາການ ປກຊ- ປກສ ເມືອງ, ປກສ ກຸ້ມບ້ານ, ແຂກຮັບເຊີນເຂົ້າຮ່ວມ.

ພັທ ພົງສະຫວັນ ຕຼີໂອ ຮອງຫົວຫນ້າກອງບັນຊາ ການ ປກສ ເມືອງ ຈໍາພອນ ໄດ້ສະຫຼຸບສັງລວມການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນ 06ເດືອນຕົ້ນປີ 2022 ປກສ ເມືອງຈຳພອນ ໄດ້ຂື້ນບັນຊີເປົ້າໝາຍຜູ້ຄ້າ-ຂາຍຢາເສບຕິດມີ 353 ຄົນ ຍິງ 52 ຄົນ, ລາຍໃຫຍ່ 38 ຄົນ ຍິງ13 ຄົນ, ລາຍກາງ 85 ຄົນ ຍິງ14 ຄົນ, ລາຍຍ່ອຍ 230 ຄົນ ຍີງ 25 ຄົນ,ເປົ້າໝາຍເສບທັງໝົດ 4,121 ຄົນ ຍີງ 62 ຄົນ, ສ້າງແລະປະເມີນບ້ານປອດຢາເສບຕິດໄດ້25ບ້ານ,ມ້າງຈຸດມົ້ວສຸມ,ຂາຍແລະເສບຢາເສບຕິດໄດ້12ຈຸດ,ກັກຕົວພວກຖືກຫາ 19 ຄົນ ຍີງ 02 ຄົນ

ໃນໂອກາດດັ່ງກ່າວ ປະທານກອງປະຊຸມ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້, ພ້ອມເນັ້ນໃຫ້ຄະນະພັກ-ຄະນະບັນຊາ ປກສ ເມືອງ ຈຳພອນ ພ້ອມກັນເອົາໃຈໃສ່ເຮັດໜ້າທີ່ວຽກງານວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ, ມີແບບແຜນການນຳພາ, ເຮັດວຽກເປັນໝູ່ຄະນະ,ປຶກສາຫາລືເປັນເອກະພາບໃຫ້ສຳເລັດໜ້າທີ່ຕາມການຈັດຕັ້ງແລະຂັ້ນເທິງມອບໝາຍ,