3 ອົງການຈັດຕັ້ງມະຫາຊົນກະຊວງປ້ອງກັນຄວາມສະຫງົບ ເຜີຍແຜ່ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສດຕິດ
ອົງການຈັດຕັ້ງມະຫາຊົນກະຊວງປ້ອງກັນຄວາມສະຫງົບ, ມີຊາວໝຸ່ມ ແມ່ຍິງ ແລະ ກໍາມະບານ ໄດ້ຈັດພິທີເຜີຍແຜ່ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສດຕິດ ໃຫ້ບັນດາຄະນະນຳ 3 ອົງການຈັດຕັ້ງມະຫາຊົນອ້ອມຂ້າງກະຊວງ ,ໃນວັນທີ່ 22 ກໍລະກົດນີ້ ທີ່ສະໂມສອນກະຊວງ ປກສ , ເຂົ້າຮ່ວມ ແລະ ເຜີຍແຜ່ໂດຍ ພົຈວ ນີລະວົງ ເຈືອງຕະວະລາດ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ , ມີ ພັອ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໝຸ່ມກະຊວງ ປກສ ແລະ ບັນດາບັນດາຄະນະນຳ 3 ອົງການຈັດຕັ້ງມະຫາຊົນອ້ອມຂ້າງກະຊວງ ປກສ ເຂົ້າຮ່ວມ. (more…)