ສະຫະພັນແມ່ຍິງກອງບັນຊາການປ້ອງກັນເຄື່ອນທີ່ຈັດກອງປະຊຸມສະຫຼຸບວຽກງານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2022.
ສະຫະພັນແມ່ຍິງກອງບັນຊາການປ້ອງກັນເຄື່ອນທີ່, ຈັດກອງປະຊຸມສະຫຼຸບວຽກງານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2022, ໃນວັນທີ 14 ກໍລະກົດ 2022, ພາຍໃຕ້ການເປັນປະທານຂອງ ພັທ ນາງ ຄໍາເປີ້ນ ອຸປະດາວັນ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງປ້ອງກັນຄວາມສະຫງົບ, ປະທານສະຫະພັນແມ່ຍິງກອງບັນຊາການປ້ອງກັນເຄື່ອນທີ່, ໃຫ້ກຽດເຂົ້າຮ່ວມຂອງ ພັອ ທອງພັດ ແສນສຸວັນ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຄະນະສະຫະພັນແມ່ຍິງກອງບັນຊາການ ແລະ ສະມາຊິກສະຫະພັນແມ່ຍິງຫ້ອງ, ກອງອ້ອມຂ້າງກອງບັນຊາການປ້ອງກັນເຄື່ອນທີ່ເຂົ້າຮ່ວມ. (more…)