by somchan
ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນປ້ອງກັນຄວາມສະຫງົບ ໃນວັນທີ 5 ກໍລະກົດ 2022 ກ່ຽວກັບຄວາມຄືບໜ້າ ແລະ ຜົນສໍາເລັດ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ເມືອງສັງທອງ ວ່າ: ເມືອງສັງທອງ ໄດ້ເລີ່ມຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ນັບຕັ້ງແຕ່ ເດືອນກັນຍາ 2021 ເປັນຕົ້ນມາ. ໂດຍສຸມໃສ່ 6 ວຽກຈຸດສຸມ ຄື: ວຽກງານໂຄສະນາສຶກສາອົບຮົມ ໃຫ້ສັງຄົມໄດ້ຮັບຮູ້, ເຂົ້າໃຈ ຕໍ່ແນວທາງຂອງພັກ, ແຜນນະໂຍບາຍ ແລະ ກົດຫມາຍຂອງລັດ, ຜົນຮ້າຍ ໄພອັນຕະລາຍຂອງຢາເສບຕິດ ແລະ ອື່ນໆ. ພ້ອມທັງ ໄດ້ຫັນເອົາກໍາລັງລົງເຮັດວຽກງານກໍ່ສ້າງຮາກຖານການເມືອງ ເພື່ອຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສູ່ບັນດາຮາກຖານກຸ່ມບ້ານ ແລະ ບ້ານໃນທົ່ວເມືອງສັງທອງ ຕິດພັນກັບການເປີດຂະບວນການວຽກງານສ້າງຄອບຄົວ, ບ້ານ ປອດຢາເສບຕິດ ແລະ ປ້ອງກັນຄວາມສະຫງົບດີ ໃນທົ່ວເມືອງ ສໍາເລັດແລ້ວ 16 ບ້ານ ຈາກທັງຫມົດ 35 ບ້ານ. ນອກນີ້ ຍັງໄດ້ເກັບກໍາຂຶ້ນບັນຊີເປົ້າຫມາຍທີ່ພົວພັນກັບຢາເສບຕິດໄດ້ 1.172 ຄົນ ໃນນີ້ ໄດ້ແກ້ໄຂແລ້ວ 327 ຄົນ, ສາມາດມ້າງຄະດີຢາເສບຕິດໄດ້ 26 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 41 ຄົນ ພ້ອມດ້ວຍຂອງກາງ ແລະ ວັດຖຸຊັບສິນ ທີ່ກ່ຽວຂ້ອງກັບການກະທໍາຜິດ ເພື່ອດໍາເນີນຄະດີ ຕາມກົດຫມາຍ.
ພັທ ສີວິໄລ ພູມນະໄຊ ຍັງໃຫ້ຮູ້ອີກວ່າ: ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ກໍາລັງປ້ອງກັນຄວາມສະຫງົບ ຢູ່ເມືອງສັງທອງ ຍັງໄດ້ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຂອງອົງການປົກຄອງເມືອງ ເພື່ອຮ່ວມມືກັນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕື່ມອີກ. ເປັນຕົ້ນແມ່ນ ການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂ ຄະດີເສດຖະກິດ, ການຕິດຕາມສະພາບການລັກລອບແລກປ່ຽນເງິນຕາຕ່າງປະເທດ ແລະ ບັນຫາອື່ນໆ ທີ່ມີຜົນກະທົບ ແລະ ກໍ່ໃຫ້ເກີດບັນຫາຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ບັນຫາທີ່ສົ່ງຜົນກະທົບຕໍ່ການດໍາລົງຊີ້ວິດຂອງຄົນໃນສັງຄົມ ແລະ ອື່ນໆ.