by somda phoneor
ພັທ ບຸນເພັງ ວໍລະລາດ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:ໃນວັນທີ 11 ມິຖຸນາ 2022 ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນໄດ້ຮັບແຈ້ງມີເຫດການລັກຊັບພົນລະເມືອງ (ລົດຈັກ) ຢູ່ໂຮງແຮມດາວຄໍາ ຈິ່ງໄດ້ສົມທົບກັບ ປກສ ກຸ່ມໜອງດ້ວງ ລົງເກັບກໍາຂໍ້ມູນ ຫຼັກຖານ ຈິ່ງຮູ້ຕົວຜູ້ກະທຳຜິດສາມາດຈັບຕົວຕ້ອງາໄດ້ ຢູ່ຫ້ອງແຖວ ເຂດບ້ານໜອງດ້ວງເໜືອ ເມືອງສີໂຄດຕະບອງ ຊື່ ທ້າວ ກົບນ້ອຍ ອາຍຸ 32 ປີ ບ້ານພູໝອກ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ພັກເຊົາຢູ່ບ້ານ ໜອງດ້ວງເໜືອ ເມືອງສີໂຄດຕະບອງ ກວດຄົ້ນພົບເຫັນລົດຈັກ ຊູໂມ້ເອັກ ໝາຍເລກທະບຽນ ຕກ 5264 ກໍາແພງນະຄອນ ທີ່ຜູ້ກ່ຽວລັກມາຈາກໂຮງແຮມດາວຄໍາ, ປືນສັ້ນ 9 mm 1 ກະບອກ, ປືນຫັນລີ 1 ກະບອກ, ປືນ GLOCK 19 ສີດໍາ 1 ກະບອກ, ລູກປືນ 8 ລູກ ແລະ 1 ກັບ, ຜົງສີຂາວ 1 ຖົງນ້ອຍ, ໂທລະສັບ 4 ໜ່ວຍ ແລະ ເງິນຈຳນວນໜຶ່ງ.

(more…)