by somchan
ທ່ານ ນ. ຂັນແກ້ວ ຫຼ້າມະນີເງົາ ຫົວໜ້າກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວໄດ້ທະແຫລງຂ່າວຜ່ານສື່ມວນຊົນ ກ່ຽວກັບ ການຄຸ້ມຄອງເງິນຕາຕ່າງປະເທດຢູ່ ສປປ ລາວ ໃນວັນທີ 15 ມີຖຸນາ 2022ນີ້ ວ່າ: ປັດຈຸບັນ ທະນາຄານທຸລະກິດ ກໍຄື ລະບົບ Money gram ຍັງສືບຕໍ່ບໍລິການໃຫ້ພໍ່ແມ່ປະຊາຊົນ ສາມາດຖອນເງິນໄດ້ຕາມປົກກະຕິ ຄືຜ່ານມາ.

ປະຈຸບັນ ທຸກຂະແໜງການ ທັງພາກລັດ ແລະ ທຸລະກິດ ກໍໄດ້ພະຍາຍາມແກ້ໄຂບັນຫາດ້ວຍມາດຕະການຈຳນວນໜຶ່ງ ຢ່າງເໝາະສົມ ໂດຍສະເພາະມາດຕະການທີ່ ທະນາຄານແຫ່ງ ສປປ ລາວ ພວມຈັດຕັ້ງປະຕິບັດ ໃນຂອບເຂດຂອງນະໂຍບາຍເງິນຕາ ແມ່ນສຸມໃສ່ປັບປຸງວຽກງານການຄຸ້ມຄອງເງິນຕາຕ່າງປະເທດ, ການແລກປ່ຽນເງິນຕາ, ການຊຸກຍູ້ສົ່ງເສີມການຂະຫຍາຍຕົວຂອງເສດຖະກິດ, ຫຼຸດຜ່ອນການເພີ່ມຂຶ້ນຂອງອັດຕາເງິນເຟີ້ ແລະ ອື່ນໆ ດັ່ງທີ່ບັນດາທ່ານໄດ້ຮັບຟັງຈາກການລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX. ໃນການຈັດຕັ້ງປະຕິບັດມາດຕະການຕ່າງໆ ກໍປາກົດມີຄວາມເຂົ້າໃຈຂອງສັງຄົມທີ່ອາດຈະຄາດເຄື່ອນຈາກຄວາມເປັນຈິງ ແລະ ບໍ່ທັນເປັນເອກະພາບຢ່າງທົ່ວເຖິງ ຕໍ່ບາງວິທີການໃນການຈັດຕັ້ງປະຕິບັດຕົວຈິງຂອງຂະແໜງການ ຊຶ່ງອາດຈະເກີດຈາກການສື່ສານປະຊາສຳພັນຂອງຂະແໜງການຍັງບໍ່ທັນມີປະສິດທິພາບ ແລະ ບໍ່ກວ້າງຂວາງເທົ່າທີ່ຄວນ ເປັນຕົ້ນ ເມື່ອບໍ່ດົນມານີ້ ກໍ່ມີການຮັບຮູ້ ແລະ ເຂົ້າໃຈຄາດເຄື່ອນ ກ່ຽວກັບແຈ້ງການ ສະບັບວັນທີ 9 ແລະ ວັນທີ 13 ມິຖຸນາ 2022 ຂອງ ທະນາຄານການຄ້າຕ່າງປະເທດລາວ ກ່ຽວກັບການຖອນເງິນ ທີ່ໂອນຜ່ານລະບົບບໍລິການຮັບເງິນດ່ວນ Money gram. ໃນນາມກົມນະໂຍບາຍເງິນຕາ ຕາງໜ້າໃຫ້ ທະນາຄານແຫ່ງ ສປປ ລາວ ຂໍປະຊາສຳພັນມາຍັງບັນດາທ່ານ ໃຫ້ເຂົ້າໃຈເປັນເອກະພາບວ່າ: ປັດຈຸບັນ ທະນາຄານທຸລະກິດ ກໍຄື ລະບົບ Money gram ຍັງສືບຕໍ່ບໍລິການໃຫ້ປະຊາຊົນ ສາມາດຖອນເງິນໄດ້ຕາມປົກກະຕິ ຄືຜ່ານມາ.