by Peaung Thanonkeo
ເພື່ອປະຕິບັດນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍແລະພົນຕຳຫຼວດຜູ້ທີ່ມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະຄົບມາດຖານ-ເງື່ອນໄຂ ຂອງການເລື່ອນຊັ້ນທີ່ກຳນົດ ໃນວັນທີ 26 ຕຸລາ 2021 ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຂຶ້ນ ໂດຍການເຂົ້າຮ່ວມ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ຄະນະພະແນກ, ມີກອງພັນປ້ອງກັນເຄື່ອນທີ່,ໂຮງຮຽນປກສ ຊັ້ນສູງເລກ3, ຄະນະກອງບັນຊາການ ປກສ ເມືອງ 14 ເມືອງ 01 ນະຄອນ ແລະ ພະນັກງານ-ນັກຮົບຜູ້ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ພັທ ຄໍາຜາຍ ຄູນລາດສຸວັນນະວົງ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຂໍ້ຕົກລົງ ຂອງກົມໃຫ່ຍການເມືອງ ປ້ອງກັນຄວາມສະຫງົບ ແລະ ຂໍ້ຕົກລົງ ກອງບັນຊາການປກສ ແຂວງສະຫວັນນະເຂດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈໍານວນ 129 ຄົນ ຍິງ 20 ຄົນ, ໃນນີ້ ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 10 ຄົນ, ຍິງ 02 ຄົນ, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 31 ຄົນ, ຍິງ 02 ຄົນ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 43 ຄົນ, ຍິງ 08 ຄົນ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຮ້ອຍໂທ 21 ຄົນ, ຍິງ 07 ຄົນ, ເລື່ອນຊັ້ນ ວາທີຮ້ອຍຕີ ຂຶ້ນ ຮ້ອຍຕີ 17 ຄົນ, ຍິງ01 ຄົນ, ເລື່ອນຊັ້ນສິບເອກ ຂຶ້ນ ວາທີຮ້ອຍຕີ 06 ຄົນ ແລະ ເລື່ອນຊັ້ນສິບໂທຂຶ້ນສິບເອກ 01 ຄົນ, ເຊິ່ງໃຫ້ກຽດປະດັບຊັ້ນໂດຍ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ແລະໃນພິທີດັ່ງກ່າວຍັງໄດ້ຜ່ານຂໍ້ຕົກລົງຊົ່ວຄາວ ຂອງກອງບັນຊາການ ປກສ ແຂວງສະຫວັນນະເຂດ, ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດ ຂັ້ນພະແນກ ຂອງຫ້ອງການເມືອງແລະຫ້ອງພະລາທິການ ກອງບັນຊາການ ປກສ ແຂວງ ເພື່ອເຮັດໃຫ້ລະບົບການຊີ້ນຳ-ນຳພາ ຂອງຫ້ອງໃຫ້ມີຄວາມສາມາດເຄື່ອນໄຫວໄດ້ຢ່າງຄ່ອງໂຕ ຮັບປະກັນໄດ້ວຽກງານວິຊາສະເພາະ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ຈາກນັ້ນ ທ່ານຫົວໜ້າກອງບັນຊາການ ປກສ ແຂວງ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາພະນັກງານທີ່ໄດ້ຮັບການເລື່ອນຊັ້ນ ແລະ ແຕ່ງຕັ້ງໃນຄັ້ງນີ້,ໃຫ້ຈົ່ງພ້ອມກັນຮັກສາໝາກຜົນ ແລະ ເພີມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສຳເລັດ ແລະ ສຶບຕໍ່ພັດທະນາຕົນເອງໃນທຸກໆດ້ານ, ເພື່ອສ້າງໃຫ້ຕົນເອງກາຍເປັນພະນັກງານສືບທອດປ່ຽນແທນທີ່ດີ