ມອບໃບ ຊົມເຊີຍ ໃຫ້ຜູ້ອຸປະຖຳ ເນື່ອງໃນໂອກາດສະເຫຼີມສະຫລອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 61 ປີ
ໃນວັນທີ 28 ເມສາ 2022 ນີ້ ກົມຕຳຫລວດເສດຖະກິດ ກົມໃຫຍ່ຕໍາຫລວດ ກະຊວງປ້ອງ ກັນຄວາມສະຫງົບ ໄດ້ຈັດພິທີມອບໃບຊົມເຊີຍ ໃຫ້ບໍລິສັດ – ຫ້າງຮ້ານ ທີ່ໃຫ້ການອຸປະຖໍາ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 61 ປີ ແລະ ວັນສ້າງຕັ້ງ ກົມໃຫຍ່ຕຳຫລວດ ຄົບຮອບ 46 ປີ ໂດຍການເປັນກຽດເຂົ້າຮ່ວມຂອງ ພັອ ປອ ພັນໄຊ ທຳມະສິດ ຮອງຫົວຫນ້າກົມຕຳຫຼວດເສດຖະກິດ ມີບັນດາ ຄະນະພັກ ຄະນະບັນຊາ ຜູ້ ໃຫ້ການອຸປະຖຳ ແລະ ພະນັກງານນັກຮົບເຂົ້າຮ່ວມ . (more…)