by Peaung Thanonkeo
ໃນວັນທີ 22 ແລະ 29 ພຶດສະພາ 2022, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຢຶດຢາເສບຕິດໄດ້ຈຳນວນຫຼາຍ ພາຍຫຼັງພົນລະເມືອງດີອອກເກັບເຫັດແລ້ວພົບເຫັນວັດຖຸສົງໄສຄ້າຍຄືຢາບ້າແລ້ວແຈ້ງຕໍ່ເຈົ້າໜ້າທີ່ກວດສອບ ແລະ ປກສ ກຸ່ມທ່າງ່ອນ ໄດ້ລົງແກ້ໄຂເປົ້າໝາຍຢາເສບຕິດ ກັກຕົວໄດ້ 4 ຄົນ.

ເມື່ອບໍ່ດົນມານີ້ເຈົ້າໜ້າທີ່ ປກສ ເມືອງໄຊທານີ້ໃຫ້ຮູ້ວ່າ: ໃນວັນທີ 22 ພຶດສະພາ 2022 ໄດ້ຮັບແຈ້ງຈາກ ປກສ ກຸ່ມດົງໂດກ ວ່າ: ມີພົນລະເມືອງດີໄປເກັບເຫັດຢູ່ປ່າເຂດບ້ານຫ້ວຍເຕີຍຫາດ່ານຊ້າງ ແລ້ວໄປພົບເຫັນວັດຖຸຄ້າຍຄືຢາບ້າຖືກຖິ້ມໄວ້ໃນປ່າຂ້າງເສັ້ນທາງໃຫຍ່ລະຫວ່າງບ້ານຫ້ວຍເຕີຍຫາບ້ານໂນນສະອາດ. ເຈົ້າຫນ້າທີ່ໜ່ວຍງານ 303 ຈຶ່ງໄດ້ລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາສະຖານທີ່ເກີດເຫດຕົວຈິງ ພົບເຫັນ: ຢາບ້າຈຳນວນ 07 ມັດ ກັບ 20 ຖົງນ້ອຍ ຖືກຖິ້ມໄວ້ຢູ່ປ່າຂ້າງເສັ້ນທາງໃຫຍ່ລະຫວ່າງບ້ານດ່ານຊ້າງຫາບ້ານໂນນສະອາດ ຕາມທີ່ພົນລະເມືອງດີແຈ້ງ; ຈຶ່ງໄດ້ເຮັດບົດບັນທຶກແລ້ວເກັບກູ້ຂື້ນມາຮັກສາໄວ້ຢູ່ທີ່ ປກສ ເມືອງໄຊທານີ.

ນອກນັ້ນ, ໃນວັນອາທິດ ທີ່ 29 ພຶດສະພາ 2022 ເຈົ້າໜ້າທີ່ ປກສ ກຸ່ມທ່າງ່ອນ ໄດ້ລົງແກ້ໄຂເປົ້າໝາຍ ຄ້າຂາຍຢາເສບຕິດ ສົມທົບກັບອົງການປົກຄອງບ້ານ ເຂົ້າກັກຕົວ ນາງ ລຸນ ອາຍຸ 30 ປີ ຢູ່ບ້ານອຸດົມຜົນ ກວດພົບຂອງກາງ ຢາບ້າ 10 ເມັດ ແລະ ທ້າວ ໂຍ ອາຍຸ 29 ປີ ຢູ່ບ້ານ ໂນນແຕ້ ແລ້ວໄດ້ສອບສວນຂະຫຍາຍຜົນນຳໄປສູ່ການກັກຕົວ ທ້າວ ໂອໄດ ອາຍຸ 36 ປີ ຢູ່ບ້ານອຸດົມຜົນ ແລະໄດ້ຊັດທອດຫາ ທ້າວ ຄອນ ອາຍຸ 22 ປີ. ດັ່ງນັ້ນ ທາງ ປກສ ກຸ່ມ ຈື່ງໄດ້ລົງສົມທົບກັບບ້ານກັກຕົວຜູ້ກ່ງວພ້ອມຂອງກາງ ຢາບ້າ ຈໍານວນ 38 ຖົງກັບ 140 ເມັດ.

ການແກ້ໄຂເປົ້າໝາຍຢາເສບຕິດຄັ້ງນີ້ຂອງ ປກສ ກຸ່ມທ່າງ່ອນ ສາມາດກັກຕົວ ໄດ້ 4 ຄົນ ຍີງ 1 ຄົນ ແລະ ຍືດຂອງກາງຢາບ້າທັງຫມົດ 7.750 ເມັດ, ເງິນ 800.000 ກີບ.
