by Peaung Thanonkeo
ພະແນກໂຄສະນາຫ້ອງກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫ່ຍຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ທີ່ສະຖາບັນການທະນາຄານ ໃນວັນທີ 4 ພືດສະພາ 2022 ນີ້ ໂດຍການນຳພາ ຂອງ ພັທ ຄຳກອງ ເພັດຊົມພູ ຫົວໜ້າພະແນກໂຄສະນາ ຫ້ອງການກວດກາແລະຄວບຄຸມຢາເສບຕິດ ແລະ ເຂົ້າຮ່ວມຮັບຟັງມີ ທ່ານ ພຸດສະລາ ອົມດາລາ ຮອງຫົວໜ້າສະຖາບັນການທະນາຄານ ມີຄູອາຈານ,ນັກສືກສາ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.
ເອກກະສານທີ່ນຳມາໂຄສະນາເຜີຍແຜ່ໃນຄັ້ງນີ້ ມີເອກກະສານຜົນຮ້າຍຂອງຢາເສບຕິດ ກົດໝາຍວ່າດ້ວຍຢາເສບຕິດ ສາລະຄະດີຜົນຮ້າຍຂອງຢາເສບຕິດ ແລະ ເອກກະສານສຳຄັນອື່ນໆ ເຊີ່ງ ພັທ ນາງ ຄຳກອງ ເພັດຊົມພູ ໄດ້ຍົກໃຫ້ເຫັນຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດແຕ່ລະປະເພດ ເຊັ້ນ: ຢາບ້າ,ຢາໄອ,ໂຄເຄນ,ຢາຝິ່ນ,ກັນຊາ ແລະ ພືດທີ່ໃຫ້ສານເສບຕິດອື່ນໆ ຖ້າບຸກຄົນໄດ້ເສບ ຫຼື ຕິດຢາເສບຕິດ ຈະເຮັດໃຫ້ຮ່າງກາຍຈ່ອຍຜອມ,ຮ່າງກາຍອ່ອນເພຍ,ປະສາດຫຼອນ,ກາຍເປັນນັກເລັງອັນຕະພານ,ເປັນບ້າເສຍຈິດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ
ບາງເນື້ອໃນເອກກະສານທ່ານໄດ້ກ່າວວ່າ:
ຈຸດປະສົງຄາດໝາຍໃນການໂຄສະນາໃນຄັ້ງນີ້ກໍ່ເພື່ອເປັນການສືກສາອົບຮົມປູກຈິດສຳນືກໃຫ້ນັກສືກສາ ໄດ້ຮັບຮູ້ແລະເຂົ້າໃຈຢ່າງເລີກເຊີ່ງ ຕໍ່ຜົນຮ້າຍ ແລະ ອັນຕະລາຍຂອງຢາເສບຕິດ ເພື່ອພ້ອມກັນມີສ່ວນຮ່ວມໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດໃຫ້ບັນລຸຕາມຈຸດປະສົງທີ່ພັກ-ລັດຖະບານໄດ້ກຳນົດໄວ້ ແລະ ພ້ອມກັນສືບຕໍ່ສ້າງສາພັດທະນາປະເທດຊາດຂອງເຮົາໃຫ້ຈະເລີນຮຸ່ງເຮືອງສີວິໄລມັ່ງຄັ່ງເຂັ້ມແຂງ ແລະ ປອດຢາເສບຕິດ.