ປກສ ເມືອງປາກງື່ມ ເລັ່ງສືບສວນເຫດພົບສົບຄົນຕາຍໃນລົດປຣາໂດທີ່ຖືກໄຟໄໝ້ຢຸູ່ເຂດບ້ານດອນໄຮ່ເມືອງປາກງື່ມ.
ພັທ ສິງຄໍາ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ເມືອງປາກງື່ມ ໃຫ້ສໍາພາດແລະໃຫ້ຂໍ້ມູນ ຕໍ່ສື່ມວນຊົນ ປ້ອງກັນຄວາມສະຫງົບ, ໃນວັນທີ 9 ພຶດສະ 2022 ນີ້ວ່າ:ກ່ຽວກັບເຫດການພົບສົບຄົນຕາຍໃນລົດປຣາໂດທີ່ຖືກໄຟໄໝ້ຢຸູ່ປ່າເຂດຖິ້້ມຂີ້ເຫຍື້ອບ້ານດອນໄຮ່,ເມືອງປາກງື່ມ, ນະຄອນຫຼວງວຽງຈັນ,ເຫດການດັ່ງກ່າວ ເກີດຂຶ້ນໃນເວລາ 17 ໂມງ ຂອງວັນທີ 7 ພຶດສະພາ ຜ່ານການກວດກາສະຖານທີ່ເກີດເຫດ ພົບເຫັນຊາກສົບຜູ້ເສຍເປັນເພດຊາຍ 1 ຄົນ ແລະ ພົບ ກະສອບລູກປືນ 4 ກະສອບ ຍັງບໍ່ຮູ້ຊະນິດ, ຕໍ່ມາ ໃນວັນທີ 8 ພຶດສະສາ ເຈົ້າໜ້າທີ່ໄດ້ ກວດກາຄືນໃໝ່ ພົບເຫັນກະສອບລູກປືນ ອີກ 2 ກະສອບ ທີ່ບໍ່ຮູ້ຊະນິດ, ຕໍ່ກັບລາຍຄະດີດັ່ງກ່າວ ເຈົ້າໜ້າທີ່ກໍາລັງ ເກັບກໍາຂໍ້ມູນຫຼັກຖານ ເພື່ອໃຫ້ຄວາມກະຈ່າງແຈ້ງໃນຂັ້ນຕອນຕໍ່ໄປ.