ປະທານສະພາແຫ່ງຊາດ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ວັນທີ 17 ພຶດສະພາ 2022, ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຄະນະການນໍາຂັ້ນສູງ ສສ ຫວຽດນາມ ນໍາໂດຍ ສະຫາຍ ເວືອງ ດິງ ເຫວະ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມສັນຖະວະໄມຕີ ຢູ່ ສປປ ລາວ ລະຫວ່າງ ວັນທີ 15-17 ພຶດສະພາ ນີ້.
ສະຫາຍ ພັນຄໍາ ວິພາວັນ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ເຊິ່ງເປັນການປະກອບສ່ວນ ຮັດແໜ້ນສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ການມາຢ້ຽມຢາມຄັ້ງນີ້ ແມ່ນຢູ່ທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ລາວ-ຫວຽດນາມ ພວມກະກຽມຄວາມພ້ອມສະເຫຼີມ ສະຫຼອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ກໍຄື ສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ(18/07/1977-18/07/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ(05/09/1962-05/09/2022) ໃຫ້ມີບັນຍາກາດຟົດຟື້ນ.
ໂອກາດນີ້, ສະຫາຍ ເວືອງ ດິງ ເຫວະ ກໍ່ໄດ້ຕາງໜ້າພັກ-ລັດ ແລະ ປະຊາຊົນຫວຽດນາມ ກໍຄືຕາງໜ້າຄະນະຜູ້ແທນສະພາແຫ່ງຊາດ ສສ ຫວຽດນາມ ສະແດງຄວາມຂອບໃຈຕໍ່ ສະຫາຍ ພັນຄໍາ ວິພາວັນ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ, ສະໜິດສະໜົມ ພ້ອມທັງລາຍງານຫຍໍ້ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະແມ່ນການເຮັດວຽກຮ່ວມກັບສະພາແຫ່ງຊາດລາວ ໃຫ້ສະຫາຍ ນາຍົກລັດຖະມົນຕີ ໄດ້ຮັບຊາບ.
ພາຍຫຼັງສໍາເລັດການເຂົ້າຢ້ຽມຂໍ່ານັບ ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີເເລ້ວ ປະທານສະພາເເຫ່ງຊາດຫວຽດນາມພ້ອມດ້ວຍຄະນະ ກໍໄດ້ເດີນ ທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ເເຂວງ ຈໍາປາສັກ ຕື່ມອີກ.