by Peaung Thanonkeo
ທ່ານ ນາງ ປິ່ງຄຳ ລາຊະສິມມາ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 2 ມິຖຸນານີ້ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ຈັດໃນ ລະຫວ່າງ ວັນທີ 13 ມີຖຸນາ ວັນທີ 8 ກໍລະກົດ 2022 ນີ້ ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດນະຄອນຫລວງວຽງຈັນ ເຊິ່ງຈະໃຊ້ເວລາ ດຳເນີນກອງປະຊຸມທັງໝົດ 20 ວັນ (ບໍ່ລວມເອົາວັນພັກທາງລັດຖະການ).

ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດຄື: ວຽກງານຂອງລັດຖະບານ ມີ ບົດລາຍງານໂດຍສັງເຂບຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບສະພາບພົ້ນເດັ່ນໃນ ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ ສັງຄົມ, ແຜນງົບປະມານແຫ່ງລັດ,ແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022, ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ສັງຄົມ 6 ເດືອນຕົ້ນ ປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022, ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022,ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບ ໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ,ບົດລາຍງານຂອງລັດຖະບານກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4ສະບັບ ຄື: ກົດໝາຍວ່າດ້ວຍທີ່ດິນ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າຍ້ວຍແຮ່ທາດ; ບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງການປະຕິຮູບລັດວິສາຫະກິດ ລວມທັງ ການປັບປຸງໂຄງສ້າງຂອງທະນາຄານທຸລະກິດລັດ, ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງ ທ່ຽວສີຂຽວ ແລະ ການເປີດປະເທດ ຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງ ພະຍາດໂຄວິດ 19. ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດ ສຶກສາທິການ ແລະ ກິລາ ເປັນຕົ້ນ ການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນທຸກສາຍໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາກາຍະກຳ. ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 09 ສະບັບ ໃນນີ້ ຮ່າງກົດໝາຍສ້າງໃໝ່ 3 ສະບັບ ຄື ຮ່າງກົດ ໝາຍ ວ່າດ້ວຍວິຈິດສິນ, ຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ, ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ. ກົດໝາຍປັບປຸງ 6 ສະບັບ ຄື:ກົດໝາຍວ່າດ້ວຍຊັບສິນຂອງລັດ,ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ກົດໝາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ. ກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສານປະຊາຊົນ. ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ,ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນໍ້າແລະ ຊັບພະຍາກອນນໍ້າ. ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມມະຕິ ສະບັບເລກທີ 01/ສພຊ ລົງວັນ ທີ 10 ສິງຫາ 2021 ແລະ ການຕິດຕາມກວດກາການນໍາໃຊ້ 7 ມາດຕະການສະກັດກັ້ນ ຂອງອົງການ ສືບສວນ ສອບສວນ ຕາມທີ່ກຳນົດໄວ້ໃນມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໂດຍສະເພາະການແກ້ໄຂການລະເມີດກົດໝາຍ ໃນການພາຕົວ, ກັກຕົວ, ຈັບຕົວ ແລະ ການກັກຂັງ ນາງ ທີ່ບໍ່ຖືກຕ້ອງຕາມກົດໝາຍ. ວຽກງານສະພາແຫ່ງຊາດ ມີຈຳນວນ 2 ບົດ ຄື: ບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການເຄື່ອນໄຫວວຽກງານ ໃນ ໄລຍະແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາ ແຫ່ງຂາດ ຊຸດທີ IX, ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບຜົນການຕິດຕາມກວດກາວ່າລະແຫ່ງຊາດ ໃນໄລຍະຜ່ານມາ ແລະ ແຜນການຕິດຕາມກວດກາ ຂອງສະພາແຫ່ງຊາດ ກ່ຽວກັບການປະຕິບັດວາລະແຫ່ງຊາດໃນຕໍ່ໜ້າ