5 ເດືອນຕົ້ນປີ 2022 ກະຊວງການເງິນ ສາມາດເກັບລາຍຮັບໄດ້ 10 ພັນຕື້ກວ່າກີບ.
ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ໄດ້ລາຍງານຕໍ່ກອງປະຊຸມສະໄໜສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2022 ນີ້, ໃຫ້ຮູ້ວ່າ: 5 ເດືອນຕົ້ນປີ 2022, ກະຊວງການເງິນສາມາດຈັດເກັບລາຍຮັບໄດ້ 10.633 ຕື້ກວ່າກີບ ເທົ່າກັບ 33% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເພີ່ມຂຶ້ນ 23% ເປັນເງິນ,ເທົ່າກັບ 2.037 ຕື້ກວ່າກີບ. ຄາດຄະເນ 6 ເດືອນຕົ້ນປີ 2022 ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 13.492 ຕື້ກວ່າກີບ ເທົ່າກັບ 42% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 22% ເປັນເງິນເທົ່າກັບ 2.265 ຕື້ກວ່າກີບ. ສໍາລັບລາຍຮັບ 6 ເດືອນທ້າຍປີ ຈະສູ້ຊົນໃຫ້ໄດ້ 18.101 ຕື້ກີບ, ຄາດຄະເນລາຍຮັບໝົດປີ 2022 ຈະສູ້ຊົນໃຫ້ໄດ້ຕາມແຜນທີ່ສະພາແຫ່ງຊາດຮັບຮອງ ຈຳນວນ 31.593 ຕື້ກີບ; ໃນນັ້ນ ລາຍຮັບພາຍໃນ 29.133 ຕື້ກວ່າກີບ ແລະ ລາຍຮັບຊ່ວຍ ເຫລືອລ້າ 2.460 ຕື້ກີບ.