ກະຊວງອຸດສາຫະກຳ ແລະການຄ້າ ເລັ່ງຊຸກຍູ້ບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ເພື່ອຕອບສະໜອງໄດ້ຕາມຄວາມຕ້ອງການ.
ໃນວາລະດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນ ວັນທີ 16 ມິຖຸນາ 2022 ນີ້, ທ່ານນາງ ຈັນສຸກ ເເສງພະຈັນ ຮອງລັດຖະມົນຕີກະຊວງອຸດ ສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ທີ່ຕິດພັນກັບຂະແໜງອຸດ ສາຫະກຳ ແລະ ການຄ້າ ໃນຫລາຍບັນຫາສຳຄັນ ໂດຍຢືນຢັນຈະມີການຈັດສັນນໍ້າມັນເຊື້ອໄຟ ສະເພາະ ເພື່ອສະໜອງໃຫ້ແກ່ຂະແໜງການຜະລິດກະສິກຳ ໃນຂອບເຂດທົ່ວປະເທດ ເພື່ອໃຫ້ໄດ້ ດຳເນີນການຜະລິດ ໄດ້ທັນຕາມລະດູການ ແລະ ສາມາດສະໜອງສະບຽງອາຫານ ໃຫ້ສັງຄົມໄດ້ຢ່າງ ພຽງພໍ ແລະ ມີລາຄາສົມເຫດສົມຜົນ.
ເພື່ອຮັບປະກັນການສະໜອງນໍ້າມັນເຊື້ອໄຟຢູ່ພາຍໃນປະເທດ ໃຫ້ພຽງພໍ ໃນປັດຈຸບັນ, ລັດຖະບານ ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ຈະຊຸກຍູ້ໃຫ້ບໍລິສັດນຳ ເຂົ້ານໍ້າມັນເຊື້ອໄຟ ສາມາດເຂົ້າຫາການແລກປ່ຽນເງິນຕາ ໄດ້ເພີ່ມຂຶ້ນ ເພື່ອຊ່ວຍກັນນຳເຂົ້ານໍ້າມັນເຊື້ອ ໄຟ ເຂົ້າມາສະໜອງການຊົມໃຊ້ຢູ່ພາຍໃນປະເທດ ໃຫ້ທົ່ວເຖິງ, ສົ່ງເສີມບັນດາໂຮງກັ່ນ, ໂຮງງານປຸງ ແຕ່ງປະສົມ ຢູ່ພາຍໃນປະເທດ ທີ່ມີການລົງທຶນໄປແລ້ວໃຫ້ສາມາດອອກມາດຳເນີນການຜະລິດ ເພື່ອ ຮັບໃຊ້ສັງຄົມ ໄດ້ເປັນປົກກະຕິ. ພ້ອມນັ້ນ, ຍັງໄດ້ປັບປຸງໂຄງສ້າງລາຄານໍ້າມັນເຊື້ອໄຟ ໃນແຕ່ລະ ໄລຍະຕາມກົນໄກຕະຫລາດທີ່ມີການດັດສົມ ຄຸ້ມຄອງຂອງລັດ ໃຫ້ແທດເໝາະກັບຕົວຈິງ, ທັງນໍາໃຊ້ ມາດຕະການແກ້ໄຂຕ່າງໆ ເປັນຕົ້ນ ຫລຸດອາກອນຊົມໃຊ້, ນຳໃຊ້ນະໂຍບາຍສະໜອງເງິນຕາ ໃຫ້ ບັນດາບໍລິສັດ ເພື່ອສາມາດແລກປ່ຽນເງິນຕາ ໄດ້ຕາມອັດຕາ ທີ່ທະນາຄານກໍານົດ, ພ້ອມນັ້ນ, ຍັງຈະ ຈັດຫານໍ້າມັນເຊື້ອໄຟ ຈາກຫລາຍແຫລ່ງ ຫລື ຈາກແຫລ່ງທີ່ມີລາຄາຖືກ ເເລະ ສາມາດຊຳລະສະສາງ ເປັນເງີນຕາຕ່າງປະເທດສະກຸນອື່ນໆ ນອກຈາກສະກຸນເງິນໂດລາ.