ການພົບປະສອງຝ່າຍລະຫວ່າງເຈົ້າໜ້າທີ່ ອາວຸໂສ ສປປລາວ ແລະ ປະເທດຍີ່ປຸ່ນ
ໃນຕອນເຊົ້າວັນທີ 16 ກັນຍາ 2013 ນີ້ ທ່ານ ກິມມີຮໂຣະ ອິຊິກາເນະ ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະທີ່ເຂົ້າຮ່ວມກອງ ປະຊຸມອາຊະຍາກຳຂ້າມຊາດຄັ້ງທີ 9 ໄດ້ເຂົ້າພົບປະ ໂອ້ລົມກັບທ່ານ ພົຈວ ສີລະຫວາດ ແກ້ວມະລາວົງ ຫວົໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມ ສະຫງົບ ທັງເປັນຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ສປປລາວ ຢູ່ທີ່ໂຮງແຮມດອນຈັນພາເລດ.